Vientiane Logistics Park

Directions Website Contact the business

Vientiane Logistics Park ໂຄງການທ່າບົກ ທ່ານາແລ້ງ ແລະ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ

ໃນວັນທີ 11-12 ສິງຫາ 2026 ທີ່ ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ, ບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈຳກັດ ແລະ ບໍລິສັດ ທຮາບົກທ່ານາແ...
11/08/2026

ໃນວັນທີ 11-12 ສິງຫາ 2026 ທີ່ ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ, ບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈຳກັດ ແລະ ບໍລິສັດ ທຮາບົກທ່ານາແລັງ ຈຳກັດຜູ້ດຽວ ດີໃຈ ແລະ ເປັນກຽດເຂົ້າຮ່ວມເປີດບູດວາງສະແດງໃນກອງປະຊຸມ ວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທືນ ຄັ້ງທີ່ I ຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຕ້ອນຮັບ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນ ແຫ່ງ ສປປ ລາວ ແລະ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ.

ການເຂົ້າຢ້ຽມຊົມດັ່ງກ່າວ ແມ່ນນອນຢູ່ໃນວາລະຂອງ ກອງປະຊຸມ ທ່ານສາຄອນ ພິລາງາມ ຕາງໜ້າຄະນະຜູ້ບໍລິຫານ ໂຄງການພັດທະນາທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ໄດ້ລາຍງານຫຍໍ້ ຄວາມຄືບໜ້າ ຂອງການພັດທະນາໂຄງການໃນໄລຍະທີ່ຜ່ານມາ ແລະ ວິໃສທັດໃນການສືບຕໍ່ພັດທະນາໂຄງການ ເພື່ອຍົກລະດັບລະບົບໂລຈິດສຕິກ ຂອງ ສປປ ລາວ ໃຫ້ເປັນຈຸດເຊື່ອມໂຍງທາງດ້ານການຄ້າ, ການຂົນສົ່ງຂອງອານຸພາກພື້ນ ແລະ ສາກົນ.

ບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈຳກັດ ຂໍສະແດງຄວາມໂສກເສົ້າເສຍໃຈ ແລະ ອາໄລຮັກຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ພະນະທ່ານ ໄຊສົມພອນ ພົມ...
10/08/2026

ບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈຳກັດ ຂໍສະແດງຄວາມໂສກເສົ້າເສຍໃຈ ແລະ ອາໄລຮັກຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ພະນະທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

04/07/2026

ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ລົງຕິດຕາມຄວາມຄືບໜ້າການດຳເນີນງານ ຢູ່ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ

ນະຄອນຫຼວງວຽງຈັນ, ວັນທີ 01 ກໍລະກົດ 2026 ທ່ານ ເຫຼັກໄຫຼ ສີວິໄລ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ຕິດຕາມຄວາມຄືບໜ້າການດຳເນີນວຽກງານ ຢູ່ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ປອ. ຈັນທອນ ສິດທິໄຊ, ປະທານບໍລິສັດ ທ່າບົກທ່ານາແລ້ງ ຈຳກັດຜູ້ດຽວ ແລະ ບໍລິສັດ ວຽງຈັນ ໂລຊິດສະຕິກພາກ ຈຳກັດ ພ້ອມຄະນະໃຫ້ການຕ້ອນຮັບ.

ໃນການລົງພາກສະໜາມຄັ້ງນີ້, ຄະນະຜູ້ແທນໄດ້ຢ້ຽມຊົມຈຸດຍຸດທະສາດສຳຄັນຕ່າງໆ ເປັນຕົ້ນແມ່ນ: ອາຄານບໍລິຫານດ່ານ, ສູນຄວບຄຸມຂໍ້ມູນ (Data Center), ລານຕູ້ສິນຄ້າ, ສາງຄ່ຽນຖ່າຍ, ຈຸດເຊື່ອມຕໍ່ລາງລົດໄຟ (1.435 ແມັດ ແລະ 1 ແມັດ) ລວມທັງຈຸດເຊື່ອມຕໍ່ຂົວມິດຕະພາບລາວ–ໄທ ແຫ່ງທີ 1.

ທ່ານ ປອ. ຈັນທອນ ສິດທິໄຊ ໄດ້ລາຍງານວ່າ: ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ຄືໂຄງການຍຸດທະສາດພາຍໃຕ້ແຜນພັດທະນາ "Laos Logistics Link" ເພື່ອຍົກລະດັບປະເທດລາວຈາກ "Land-locked" ໃຫ້ກາຍເປັນ "Land-linked" ທີ່ເຊື່ອມໂຍງການຂົນສົ່ງລະຫວ່າງທາງລົດໄຟລາວ–ຈີນ ກັບໄທ ແລະ ອາຊຽນ ຢ່າງມີປະສິດທິພາບ. ຂະນະທີ່ ທ່ານ ສາຄອນ ພິລາງາມ, ຜູ້ອຳນວຍການໃຫຍ່ ບໍລິສັດ ທ່າບົກທ່ານາແລ້ງ ຈຳກັດຜູ້ດຽວ ໄດ້ລາຍງານຜົນສຳເລັດ, ຂັ້ນຕອນການບໍລິການ ແລະ ແຜນການພັດທະນາໃນຕໍ່ໜ້າ ເພື່ອຮອງຮັບປະລິມານສິນຄ້າທີ່ມີການຂະຫຍາຍຕົວ.

ໃນໂອກາດນີ້, ທ່ານລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເນັ້ນໜັກ ແລະ ຊີ້ນຳໃຫ້ບໍລິສັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໃຫ້ເອົາໃຈໃສ່ບັນດາຈຸດສຳຄັນດັ່ງນີ້:

1️⃣ ຍົກລະດັບການບໍລິຫານ: ໃຫ້ມີຄວາມທັນສະໄໝ, ໂປ່ງໃສ ແລະ ວ່ອງໄວ ໂດຍການນຳໃຊ້ລະບົບດິຈິຕອນ ແລະ ເຕັກໂນໂລຊີອັດຕະໂນມັດ ເຂົ້າມາຊ່ວຍຫຼຸດຜ່ອນເວລາ ແລະ ຕົ້ນທຶນການຂົນສົ່ງ.

2️⃣ ປະສານງານແບບບູລະນາການ: ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ ເພື່ອສ້າງມາດຕະຖານການບໍລິການ ແລະ ການກວດກາທີ່ເປັນເອກະພາບ.

3️⃣ ເພີ່ມຂີດຄວາມສາມາດໃນການແຂ່ງຂັນ: ສືບຕໍ່ແກ້ໄຂຂໍ້ຄົງຄ້າງ ເພື່ອເຊື່ອມຕໍ່ການຂົນສົ່ງລະຫວ່າງລົດໄຟລາວ–ຈີນ ກັບລະບົບຂົນສົ່ງອື່ນໆ ໃຫ້ມີປະສິດທິຜົນສູງສຸດ.

ທ່ານລັດຖະມົນຕີ ໄດ້ສະແດງຄວາມເຊື່ອໝັ້ນວ່າ ໂຄງການດັ່ງກ່າວ ຈະເປັນຈຸດໃຈກາງສຳຄັນໃນການກະຈາຍສິນຄ້າຂອງອະນຸພາກພື້ນລຸ່ມແມ່ນ້ຳຂອງ, ຊຸກຍູ້ເສດຖະກິດແຫ່ງຊາດ ແລະ ບັນລຸຍຸດທະສາດການຫັນປະເທດໃຫ້ເປັນສູນກາງການເຊື່ອມໂຍງຂອງພາກພື້ນຢ່າງແທ້ຈິງ.

ທີ່ມາ: ລາຍການຂັບຂີ່ປອດໄພ

02/07/2026
02/07/2026
ທ່ານ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ເຄື່ອນໄຫວຢ້ຽມຢາມ ດ່ານສາກົນສິນຄ້າ ທ່າບົກທ່ານາ...
02/07/2026

ທ່ານ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ເຄື່ອນໄຫວຢ້ຽມຢາມ ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນວ..............................................
ທ່າບົກທ່ານາແລ້ງ ກຳລັງມີບົດບາດສຳຄັນໃນການຂັບເຄື່ອນລາວໄປສູ່ການເປັນ "ປະເທດເຊື່ອມຕໍ່" (Land-linked Country) ເປັນສູນກາງການຂົນສົ່ງ ແລະ ການກະຈາຍສິນຄ້າ ທີ່ເຊື່ອມຕໍ່ລະຫວ່າງລະບົບລົດໄຟ, ທາງບົກ ແລະ ດ່ານຊາຍແດນ ທີ່ມີປະສິດທິພາບ.
ດ້ວຍທີ່ຕັ້ງຢູ່ໃກ້ດ່ານສາກົນລາວ-ໄທ ແຫ່ງທີ 1 ແລະ ເຊື່ອມຕໍ່ໂດຍກົງກັບລົດໄຟລາວ-ໄທ ແລະ ລາວ-ຈີນ ທ່າບົກທ່ານາແລ້ງໄດ້ກາຍເປັນ "ຈຸດຮັບ-ສົ່ງສິນຄ້າ" ທີ່ສໍາຄັນຂອງອະນຸພາກພື້ນລຸ່ມແມ່ນໍ້າຂອງ ຊ່ວຍໃຫ້ການຂົນສົ່ງຕູ້ຄອນເທນເນີລະຫວ່າງ ຈີນ, ລາວ, ໄທ ແລະ ປະເທດອື່ນໆ ໃນພາກພື້ນ ມີຄວາມສະດວກ ແລະ ວ່ອງໄວຍິ່ງຂຶ້ນ.
ນອກຈາກບົດບາດດ້ານການຂົນສົ່ງ ທ່າບົກທ່ານາແລ້ງ ຍັງມີບໍລິການຄົບວົງຈອນ ທັງສາງເກັບສິນຄ້າ, ລານຕູ້ຄອນເທນເນີ, ບໍລິການພາສີ ແລະ ການກວດປ່ອຍສິນຄ້າແບບ One Stop Service ຊຶ່ງຊ່ວຍຫຼຸດເວລາ ແລະ ຕົ້ນທຶນໃນການນຳເຂົ້າ-ສົ່ງອອກ ຂອງພາກທຸລະກິດ.
ການພັດທະນາທ່າບົກທ່ານາແລ້ງ ຈະຊ່ວຍເພີ່ມຂີດຄວາມສາມາດໃນການແຂ່ງຂັນຂອງລາວ, ສ້າງຄວາມໜ້າສົນໃຈໃຫ້ແກ່ນັກລົງທຶນ, ຂະຫຍາຍໂອກາດການສົ່ງອອກສິນຄ້າ, ສ້າງວຽກເຮັດງານໃຫ້ປະຊາຊົນ ແລະ ການເກັບລາຍຮັບເຂົ້າງົບປະມານນັບມື້ນັບເພີ່ມຂຶ້ນ.
ຫຼັາສຸດ ວັນທີ 1 ກໍລະກົດ 2026, ທ່ານ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຕິດຕາມການດຳ ເນີນວຽກງານຢູ່ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ເພື່ອຊຸກຍູ້ການພັດທະນາ ທ່າບົກທ່ານາແລ້ງ ກ້າວຂຶ້ນເປັນສູນກາງ ໂລຊິດສະຕິກຂອງພາກພື້ນ ເປັນແຮງຂັບເຄື່ອນເສດຖະກິດຂອງຊາດ.
ໂດຍໄດ້ຮັບການຕ້ອນຮັບຂອງ ທ່ານ ປອ. ຈັນທອນ ສິດທິໄຊ ປະທານບໍລິສັດ ທ່າບົກທ່ານາແລ້ງ ຈຳກັດຜູ້ດຽວ ແລະ ບໍລິສັດ ວຽງຈັນ ໂລຊິດສະຕິກພາກ ຈຳກັດ ພ້ອມດ້ວຍຄະນະຜູ້ບໍລິຫານ ແລະ ພະນັກງານ.
ກ່ອນອື່ນທ່ານລັດຖະມົນຕີ ແລະ ຄະນະຜູ້ແທນໄດ້ຢ້ຽມຊົມພາກສະໜາມ ໂດຍໄດ້ລົງຕິດຕາມຈຸດເຊື່ອມຕໍ່ຂົວມິດຕະພາບລາວ-ໄທ ແຫ່ງທີ 1 ກັບດ່ານສາກົນສິນຄ້າທ່າບົກທ່ານາແລ້ງ, ອາຄານບໍລິຫານດ່ານສາກົນສິນຄ້າ, ສູນຄວບຄຸມຂໍ້ມູນ (Data Center), ລານຕູ້ສິນຄ້າ, ສາງຄ່ຽນຖ່າຍສິນຄ້າ, ຈຸດປ່ຽນຖ່າຍສິນຄ້າລະຫວ່າງລາງລົດໄຟມາດຕະຖານ 1.435 ແມັດ ແລະ ລາງຂະໜາດ 1 ແມັດ.
ທ່ານ ປອ. ຈັນທອນ ສິດທິໄຊ ໄດ້ກ່າວນຳສະເໜີພາບລວມຂອງໂຄງການ ໂດຍກ່າວວ່າ: ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ເປັນໂຄງການຍຸດທະສາດຂອງລັດຖະບານ ສປປ ລາວ ພາຍໃຕ້ແຜນພັດທະນາລາວໂລຊິດສະຕິກລີ້ງ (Laos Logistics Link) ເພື່ອປ່ຽນປະເທດລາວຈາກປະເທດບໍ່ມີຊາຍແດນຕິດຈອດກັບທະເລ ໃຫ້ກາຍເປັນສູນກາງການເຊື່ອມໂຍງດ້ານການຂົນສົ່ງຂອງພາກພື້ນ ແລະ ສາກົນ. ດ່ານແຫ່ງນີ້ ເປັນຈຸດເຊື່ອມຕໍ່ທີ່ສຳຄັນລະຫວ່າງທາງລົດໄຟລາວ–ຈີນ ກັບລະບົບຂົນສົ່ງຂອງໄທ ແລະ ບັນດາປະເທດອາຊຽນ ຊຶ່ງມີບົດບາດສຳຄັນໃນການຍົກລະດັບການຄ້າ, ການລົງທຶນ ແລະ ການຂົນສົ່ງຂ້າມແດນປະກອບສ່ວນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມຂອງຊາດ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຍືນຍົງ.
ຈາກນັ້ນ ທ່ານ ສາຄອນ ພິລາງາມ ຜູ້ອຳນວຍການໃຫຍ່ ບໍລິສັດ ທ່າບົກທ່ານາແລ້ງ ຈຳກັດຜູ້ດຽວ ໄດ້ລາຍງານຜົນການດຳເນີນງານ ໂດຍໄດ້ສະຫຼຸບຄວາມຄືບໜ້າຂອງໂຄງການ, ການໃຫ້ບໍລິການວຽກງານແຕ່ລະດ້ານເຊັ່ນ: ຂັ້ນຕອນ ແລະ ວິທີການທາງດ້ານການເສຍພາສີ, ອັດຕາຄ່າບໍລິການຕ່າງໆ, ການຄ່ຽນຖ່າຍຕູ້ສິນຄ້າ, ການບໍລິການສາງສິນຄ້າ ແລະ ລະບົບບໍລິການແບບຄົບວົງຈອນ. ພ້ອມກັນນັ້ນ ໄດ້ລາຍງານເຖິງບັນດາຜົນສຳເລັດ, ຂໍ້ຈຳກັດ ແລະ ແຜນການພັດທະນາໃນຕໍ່ໜ້າ ເພື່ອເພີ່ມຂີດຄວາມສາມາດໃນການຮອງຮັບການຂົນສົ່ງສິນຄ້າທີ່ເພີ່ມຂຶ້ນ ສ້າງລາຍຮັບໃຫ້ປະເທດນັບມື້ນັບເພີ່ມຂຶ້ນ.
ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ທີ່ບໍລິສັດ ທ່າບົກທ່ານາແລ້ງ ຍາດມາໄດ້ຕະຫຼອດ 5 ປີ ຜ່ານມາ ເຊິ່ງໄດ້ປະກອບສ່ວນອັນສຳຄັນໃນການຍົກລະດັບການບໍລິການເປັນທັນສະໄໝ ສ້າງລາຍຮັບເຂົ້າປະເທດຊາດນັບມື້ນັບເພີ່ມຂຶ້ນ.
ຢ່າງໃດກໍຕາມ ທ່ານລັດຖະມົນຕີ ໄດ້ມີຄຳເຫັນຊີ້ນຳ ໃຫ້ບໍລິສັດ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງສືບຕໍ່ຍົກສູງປະສິດທິພາບການບໍລິຫານດ່ານສາກົນສິນຄ້າ ໃຫ້ມີຄວາມທັນສະໄໝ, ໂປ່ງໃສ ແລະ ວ່ອງໄວ ໂດຍສຸມໃສ່ການນຳໃຊ້ລະບົບດິຈິຕອນ, ເຕັກໂນໂລຊີທັນສະໄໝ ແລະ ລະບົບບໍລິການອັດຕະໂນມັດ ເຂົ້າມາຊ່ວຍຫຼຸດຜ່ອນເວລາ ແລະ ຕົ້ນທຶນໃນການຂົນສົ່ງ ເຮັດໃຫ້ການເກັບລາຍຮັບນັບມື້ນັບເພີ່ມຂຶ້ນ.
ທ່ານລັດຖະມົນຕີ ໄດ້ເນັ້ນໃຫ້ສ້າງການປະສານງານທີ່ໃກ້ຊິດລະຫວ່າງພາກລັດ ແລະ ພາກເອກະຊົນ, ພ້ອມທັງບັນດາພາກສ່ວນປະຈຳດ່ານ ເພື່ອໃຫ້ການກວດກາ ແລະ ການບໍລິການມີມາດຕະຖານດຽວກັນ, ອຳນວຍຄວາມສະ ດວກໃຫ້ແກ່ຜູ້ປະກອບການ ແລະ ຜູ້ໃຊ້ບໍລິການ. ພ້ອມນີ້ ໄດ້ມອບໝາຍໃຫ້ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຄົ້ນຄວ້າ ແລະ ແກ້ໄຂບາງບັນຫາທີ່ຄົງຄ້າງ ເພື່ອເພີ່ມປະລິມານການນຳໃຊ້ບໍລິການ ແລະ ສ້າງຂີດຄວາມສາມາດໃນການແຂ່ງຂັນດ້ານໂລຊິດສະຕິກຂອງປະເທດ.
ທ່ານລັດຖະມົນຕີ ໄດ້ສະແດງຄວາມເຊື່ອໝັ້ນວ່າ ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ຈະກາຍເປັນສູນກາງການຂົນສົ່ງ ແລະ ການກະຈາຍສິນຄ້າຂອງອະນຸພາກພື້ນລຸ່ມແມ່ນ້ຳຂອງ ມີບົດບາດສຳຄັນໃນການເຊື່ອມໂຍງການຄ້າລະຫວ່າງ ສປປ ລາວ ກັບ ສປ ຈີນ, ປະເທດໄທ ແລະ ບັນດາປະເທດອາຊຽນ ປະກອບສ່ວນເປັນແຮງຂັບເຄື່ອນການເຕີບໂຕຂອງເສດຖະກິດແຫ່ງຊາດ ແລະ ການບັນລຸຍຸດທະສາດການຫັນປະເທດເປັນ "ສູນກາງການເຊື່ອມໂຍງ" ຂອງພາກພື້ນຢ່າງຕໍ່ເນື່ອງ ແລະ ຍາວນານ.

Vientiane Logistics Park Showcases Strategic Visuals and Seals Key Accords at the 10th China-South Asia ExpositionKUNMIN...
16/06/2026

Vientiane Logistics Park Showcases Strategic Visuals and Seals Key Accords at the 10th China-South Asia Exposition
KUNMING, CHINA — Vientiane Logistics Park (VLP) proudly participated in the 10th China-South Asia Exposition (CSAE 2026) in Kunming, China, showcasing its strategic infrastructure developments and integrated logistics services. The event served as a vital business bridge, welcoming both Chinese and international investors.

The VLP pavilion was highly honored by a delegation of senior Lao officials, including His Excellency Santiphab Phomvihane, Deputy Prime Minister and Minister of Finance, alongside Mr. Manothong Vongxay, Deputy Minister of Industry and Commerce, who toured the exhibition.

Strengthening Laos-China Strategic Ties
In commemoration of the landmark 65th anniversary of Laos-China diplomatic relations, the exposition hosted a high-profile signing ceremony for a comprehensive bilateral cooperation agreement. The pact spans four pivotal sectors:

New Energy Equipment

Cross-Border Supply Chain Logistics and Bonded Warehousing

Integrated Trade

Digital Finance

This agreement marks another historic milestone for Vientiane Logistics Park on the international stage. It represents a concrete realization of Laos-China industrial cooperation, leveraging Laos's unique geographical advantages to elevate Vientiane into a highly efficient, premier regional logistics and trade hub.

Our Vision: Vientiane Logistics Park remains steadfast in its commitment to driving the national strategic transition, successfully transforming Laos from a land-locked nation into a vibrantly land-linked regional gateway.

Vientiane Logistics Park Showcases Strategic Visuals and Seals Key Accords at the 10th China-South Asia ExpositionKUNMIN...
16/06/2026

Vientiane Logistics Park Showcases Strategic Visuals and Seals Key Accords at the 10th China-South Asia Exposition
KUNMING, CHINA — Vientiane Logistics Park (VLP) proudly participated in the 10th China-South Asia Exposition (CSAE 2026) in Kunming, China, showcasing its strategic infrastructure developments and integrated logistics services. The event served as a vital business bridge, welcoming both Chinese and international investors.

The VLP pavilion was highly honored by a delegation of senior Lao officials, including His Excellency Santiphab Phomvihane, Deputy Prime Minister and Minister of Finance, alongside Mr. Manothong Vongxay, Deputy Minister of Industry and Commerce, who toured the exhibition.

Strengthening Laos-China Strategic Ties
In commemoration of the landmark 65th anniversary of Laos-China diplomatic relations, the exposition hosted a high-profile signing ceremony for a comprehensive bilateral cooperation agreement. The pact spans four pivotal sectors:

New Energy Equipment

Cross-Border Supply Chain Logistics and Bonded Warehousing

Integrated Trade

Digital Finance

This agreement marks another historic milestone for Vientiane Logistics Park on the international stage. It represents a concrete realization of Laos-China industrial cooperation, leveraging Laos's unique geographical advantages to elevate Vientiane into a highly efficient, premier regional logistics and trade hub.

Our Vision: Vientiane Logistics Park remains steadfast in its commitment to driving the national strategic transition, successfully transforming Laos from a land-locked nation into a vibrantly land-linked regional gateway.

ບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ (Vientiane Logistics Park) ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ເຂົ້າຮ່ວມນຳສະເໜີຍຸດທະສາດການພັດ...
15/06/2026

ບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ (Vientiane Logistics Park) ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ເຂົ້າຮ່ວມນຳສະເໜີຍຸດທະສາດການພັດທະນາ ພື້ນຖານໂຄງລ່າງ ແລະ ການບໍລິການໂລຊິດສຕິກຄົບວົງຈອນ; ພ້ອມທັງເປັນການສ້າງຂົວຕໍ່ທາງທຸລະກິດ ເປີດປະຕູຕ້ອນຮັບນັກລົງທຶນຈີນ ແລະ ສາກົນ; ໃນງານວາງສະແດງ China-South Asia Exposition (CSAE 2026) ຄັ້ງທີ 10; ທີ່ ນະຄອນຄຸນໝິງ, ສປ ຈີນ.
ເຊິ່ງໃນໂອກາດອັນດີງາມນີ້ ບູດວາງສະແດງຂອງພວກເຮົາ ໄດ້ຮັບກຽດຢ່າງສູງຈາກ ພະນະທ່ານ ສັນຕິພາບ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແລະ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ພ້ອມຄະນະ, ກໍ່ໄດ້ໃຫ້ກຽດເຂົ້າຮ່ວມຢ້ຽມຢາມບູດວາງສະແດງຂອງພວກເຮົາ;
ພ້ອມດຽວກັນນີ້, ເພື່ອເປັນການສະເຫຼີມສະຫຼອງເນື່ອງໃນໂອກາດຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ລາວ-ຈີນ ; ພາຍໃນງານຍັງໄດ້ຈັດໃຫ້ມີພິທີລົງນາມການຮ່ວມມື ລາວ-ຈີນ ວ່າດ້ວຍການພັດທະນາ ກວມເອົາ 4 ຂົງເຂດໃຫຍ່ຄື : "ອຸປະກອນພະລັງງານໃໝ່, ການສະໜອງຕ່ອງໂສ້ໂລຊິດສຕິກຂ້າມແດນ-ລະບົບສາງພາງ, ການຄ້າຄົບວົງຈອນ ແລະ ການເງິນດິຈິຕອນ". ເຊິ່ງເປັນການຈາລຶກບາດກ້າວອັນສໍາຄັນອີກຄັ້ງໃນເວທີສາກົນຂອງ ບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ແລະ ຍັງເປັນການສະແດງໃຫ້ເຫັນເຖິງການຮ່ວມມືຍຸດທະສາດ ດ້ານອຸດສາຫະກໍາ ລາວ-ຈີນ ຢ່າງເປັນຮູບປະທໍາ. ຜັກດັນຊຸກຍູ້ສູ່ການເປັນສູນກາງໂລຈິສຕິກລະດັບພາກພື້ນ: ໝູນໃຊ້ທີ່ຕັ້ງຍຸດທະສາດອັນໂດດເດັ່ນ ເພື່ອຍົກລະດັບຂີດຄວາມສາມາດຂອງນະຄອນຫຼວງວຽງຈັນ ໃຫ້ກາຍເປັນສູນກາງການຄ້າ ແລະ ບໍລິການໂລຊິດສຕິກ ທີ່ມີປະສິດທິພາບສູງສຸດໃນພາກພື້ນ.
ພວກເຮົາ ບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ (VLP) ມຸ່ງໝັ້ນໃນການຂັບເຄື່ອນ ຍຸດທະສາດການຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ໃຫ້ກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດ (Land Lock to Land Link) ຢ່າງແທ້ຈິງ!
#ປີມິດຕະພາບລາວຈີນ #ລາວຈີນ65ປີ

03/06/2026

Address

Vientiane Logistics Park
Vientiane

Opening Hours

Monday 09:00 - 17:00
Tuesday 09:00 - 17:00
Wednesday 09:00 - 17:00
Thursday 09:00 - 17:00
Friday 09:00 - 17:00
Saturday 09:00 - 17:00

Alerts

Be the first to know and let us send you an email when Vientiane Logistics Park posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Vientiane Logistics Park:

Shortcuts

Share